ກົມຄຸ້ມຄອງການທ່ອງທ່ຽວ
ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະກອບມີ 4 ພະແນກການ
ຄະນະກໍາມະການ ປະເມີນ ແລະ ຈັດລະດັບມາດຕະຖານໂຮງແຮມ
ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນສະຖານທີ່ພັກແຮມ
ກົມຄຸ້ມຄອງການທ່ອງທ່ຽວ ໄດ້ລົງຕິດຕາມ ແລະ ປະເມີນຈັດລະດັບສະຖານທີ່ພັກແຮມໃນຂັ້ນຄຸ້ມຄອງຂອງຕົນ ແລະ ປະສານສົມທົບກັບແຂວງໃນການຈັດຕັ້ງປະຕິບັດໃນແຕ່ລະປີ. ນອກຈາກນີ້, ຍັງໄດ້ມີການລົງປະເມີນ ແລະ ໃຫ້ຄະແນນສະຖານທີ່ພັກແຮມ ເພື່ອສະເໜີຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ.
ກົມຄຸ້ມຄອງການທ່ອງທ່ຽວ ກະຊວງ ຖວທ ມີພາລະບົດບາດໃນການຊ່ວຍລັດຖະມົນຕີ ກະຊວງ ຖວທ ໃນການກໍານົດແຜນຍຸດທະສາດ, ກໍານົດນິຕິກໍາ, ເຜີຍແຜ່, ຕິດຕາມ, ກວດກາ, ຊຸກຍູ້, ແນະນໍາວຽກງານການຄຸ້ມຄອງການທ່ອງທ່ຽວໃນຂອບເຂດທົ່ວປະເທດ
ການຮ່ວມມືສາກົນ
ກົມຄຸ້ມຄອງການທ່ອງທ່ຽວ ຜ່ານມາໄດ້ເຮັດວຽກຮ່ວມກັບຫຼາຍອົງການສາກົນໃນການຮ່ວມມືແລະ ສົ່ງເສີມວຽກງານໃນຂະແໜງການຄຸ້ມຄອງການທ່ອງທ່ຽວ ເປັນຕົ້້ນ ASEAN, ADB, GIZ, World Bank, JICA ແລະ ອື່ນໆ.
ມາດຕະຖານໂຮງແຮມຂຽວອາຊຽນ
ASEAN GREEN HOTEL STANDARD
ມາດຕະຖານໂຮງແຮມຂຽວອາຊຽນ ໄດ້ກໍານົດໃຫ້ມີຂັ້ນຕອນການຢັ້ງຢືນໃຫ້ລາງວັນ ຊຶ່ງເປັນການຊຸກຍູ້ໃຫ້ບັນດາໂຮງແຮມ ມີການປະຕິບັດງານຢ່າງເປັນມືອາຊີບ, ມີແຜນຮັກສາສິ່ງແວດລ້ອມ, ການນຳໃຊ້ຜະລິດຕະພັນຂຽວ, ການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມ ທີ່ຈະຊ່ວຍໃຫ້ສິ່ງແວດລ້ອມ ແລະ ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນປະໂຫຍດຈາກການປະຕິບັດງານຢ່າງເປັນມືອາຊີບ