2. ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຄໍາຮ້ອງຂໍການອະນຸຍາດດໍາເນີນທຸລະກິດພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງ;
3. ຄົ້ນຄວ້າ ແລະ ຄຸ້ມຄອງຕິດຕາມກວດກາ, ການອະນຸຍາດສືບຕໍ່, ການໂຈະ, ການຖອນ, ການຍຸບເລີກໃບອະນຸຍາດດໍາເນີນທຸລະກິດ, ການນໍາໃຊ້ມາດຕະການ ແລະ ການຍ້ອງຍໍຊົມເຊີຍບຸກຄົນ, ນິຕິບຸກຄົນ, ນັກທ່ອງທ່ຽວ ທີ່ຕິດພັນກັບທຸລະກິດພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງ;
4. ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ກັບການຈັດລະດັບຂັ້ນ, ການກໍານົດລະດັບດາວ ແລະ ເງື່ອນໄຂມາດຕະຖານຂອງຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງ;
5. ລົງຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອໄຫວດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງເປັນແຕ່ລະໄລຍະ 3ເດືອນ, 6ເດືອນ ແລະ 1ປີ. ໃນກໍລະນີຈໍາເປັນ ແລະ ຮີບດ່ວນ ເຊັ່ນ: ສະພາບປະກົດການຫຍໍ້ທໍ້ໃນສັງຄົມ, ການສະເໜີຂອງບຸກຄົນ ແລະ ການຈັດຕັ້ງກ່ຽວກັບປະກົດການຫຍໍ້ທໍ້ຕ່າງໆ ຕ້ອງລົງຕິດຕາມກວດກາຢ່າງທັນການ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ປອດໄພ;
6. ສົມທົບກັບສະມາຄົມໂຮງແຮມ ແລະ ຮ້ານອາຫານ ຊຸກຍູ້ສົ່ງເສີມການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງ ໃຫ້ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ;
7. ເກັບກໍາຂໍ້ມູນຂຶ້ນບັນຊີສະຖານທີ່ພັກແຮມ, ຮ້ານອາຫານ ແລະ ສະຖານບັນເທີງ ທົ່ວປະເທດ;
8. ສ້າງແຜນການເຄື່ອນໄຫວວຽກການຂອງພະແນກ ປະຈໍາເດືອນ, 3ເດືອນ, 6ເດືອນ ແລະ 1ປີ;
9. ສະຫຼຸບສັງລວມ, ລາຍງານການຈັດຕັ້ງ ແລະ ການເຄື່ອນໄຫວພາຍໃນພະແນກຂອງຕົນໃຫ້ຂັ້ນເທິງຊາບຢ່າງເປັນປົກກະຕິຕາມລະບອບລາຍງານ;
10. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງກົມ.