1. ຄົ້ນຄວ້າ ສັງລວມແຜນການ, ໂຄງການ ແຜນກິດຈະກຳປະຈຳເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ ແຜນໄລຍະຍາວຂອງກົມ;
2. ຄົ້ນຄວ້າ ແຜນງົບປະມານບໍລິຫານຂອງກົມ, ແຜນການລົງທຶນຂອງລັດ, ໂຄງການງົບປະມານຕ່າງໆ ປະຈຳປີ ແລະ 5 ປີ ຕາມແຜນການຂອງກົມ;
3. ຈັດຕັ້ງ ແລະ ຄຸ້ມຄອງ ເກັບຄ່າທຳນຽມ ແລະ ຄ່າບໍລິການ, ສະຫລຸບລາຍງານລາຍຮັບ-ຈ່າຍ ໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ຕາມລະບອບລາຍງານ;
4. ຜັນຂະຫຍາຍ ມາດຕະຖານທ່ອງທ່ຽວຂອງອາຊຽນ ແລະ ສາກົນ;
5. ຄົ້ນຄວ້າ ແລະ ຜັນຂະຫຍາຍມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ເຊັ່ນ: ມາດຕະຖານສະຖານທິ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ, ສະຖານບັນເທີງ, ທຸລະກິດນໍາທ່ຽວ, ການຂົນສົ່ງນັກທ່ອງທ່ຽວ, ທຸລະກິດທີ່ປຶກສາການທ່ອງທ່ຽວ, ບ້ານທ່ອງທ່ຽວ, ເມືອງທ່ອງທ່ຽວ, ພະນັກງານນໍາທ່ຽວ ແລະ ການບໍລິການດ້ານການທ່ອງທ່ຽວ;
6. ປະຕິບັດໜ້າທີ່ພິທີການ, ເລຂານຸການ, ວຽກງານການຈັດຕັ້ງ, ນະໂຍບາຍ, ການຄຸ້ມຄອງສະຖິຕິພະນັກງານ-ລັດຖະກອນ ພາຍໃນກົມ;
7. ສ້າງແຜນການເຄື່ອນໄຫວວຽກການຂອງພະແນກ ປະຈໍາເດືອນ, 3ເດືອນ, 6ເດືອນ ແລະ 1ປີ;
8. ຂຶ້ນແຜນ ແລະ ສະຫລຸບສັງລວມ ລາຍງານສະພາບການເຄື່ອນໄຫວວຽກງານລວມຂອງກົມ ແລະ ຂອງພະແນກພາຍໃນກົມປະຈໍາອາທິດ, ປະຈໍາເດືອນ, 3ເດືອນ, 6ເດືອນ ແລະ ປະຈໍາປີໃຫ້ກົມ ແລະ ຂັ້ນເທິງຮັບຊາບ;
9. ຄຸ້ມຄອງການຈັດຕັ້ງ, ການປັບປຸງແຜນງານງົບປະມານຂອງກົມ, ຈັດຫາວັດຖຸປະກອບ ແລະ ພາຫານະຮັບໃຊ້ຫ້ອງການພາຍໃນກົມ;
10. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງກົມ.